Lao football Fanclub

Members Login
Username 
 
Password 
    Remember Me  
Post Info TOPIC: Foreign players can join Lao League 2010
Anonymous

Date:
Foreign players can join Lao League 2010
Permalink   


Good or not good?

Lao football federation announced last February 11, 2010 that, in Lao League 2010, all club team can use foreign players up to 2 in the Lao league football match. For more details, read the information (in Lao) below:

ການ​ແຂ່ງຂັນ​ກິລາ​ລີກ ລະດູ​ການ 2010-2011 ພວກ​ເຮົາ​ຈະ​ໄດ້​ເຫັນ​ປະ​ກົດ​ການ​ໃໝ່ ຫຼາຍສະ​ໂມສອນ ​ຕ່າງ​ກໍ​ໄດ້ນໍາ​ເອົາ​ນັກ​ເຕະ​ຕ່າງ​ຊາດ​ ເຂົ້າ​ຮ່ວມທິມຂອງ​ຕົນ​ເອງ ​ເພື່ອ​ລຸຍ​ລາວລີກ​ ໃນ​ທ້າຍ​ເດືອນ​ກຸມພາ ທີ່​ຈະ​ເປີດສາກ​ຂຶ້ນ​ນີ້.

ວັນ​ທີ 11 ກຸມພາ​ຜ່ານ​ມາ​ນີ້ ທີ່​ສູນ​ຝຶກ​ກີລາ​ບານ​ເຕະ​ແຫ່ງ​ຊາດ ຫ້ວຍ​ຫົງ​ ໄດ້​ຈັດ​ກອງ​ປະຊຸມ​ ດ້ານ​ເຕັກນິກ​ວິຊາ​ການ​ ແຂ່ງຂັນ​ລາວ​ລີກ ລະດັບ ກ ຂຶ້ນ ​ໂດຍ​ທ່ານ ພູ​ວັນ ວົງ​ສຸດ​ທີ ປະທານ​ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ​ເປັນ​ປະ​ທານ ​ມີ​ບັນດາ​ຕົວ​ແທນ​ຈາກ 8 ສະ​ໂມ​ສອນ​ເຂົ້າ​ຮ່ວມ ການ​ແຂ່ງຂັນ​ໄດ້ກໍານົດ ​ແລະ ດັດ​ແກ້​ກົດ​ລະບຽບ​ ຂອງ​ການ​ຈັດການ​ແຂ່ງຂັນ​ ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ ​ເຊິ່ງ​ໃນ​ລະດູ​ການນີ້ ​ທາງ​ສະຫະພັນ​ເຕະບານ​ແຫ່ງ​ຊາດ​ລາວ​ ໄດ້​ໄຂ​ໂອກາດ​ໃຫ້​ສະ​ໂມ​ສອນ​ ສາມາດ​ດຶງ​ເອົາ​ນັກ​ເຕະ​ຕ່າງ​ຊາດ ​ເຂົ້າ​ຮ່ວມ​ທີ​ມ​ໄດ້ 3 ຄົນ ​ແລະ ​ໃນ​ແຕ່​ລະ​ນັດ​ ໃຫ້​ລົງ​ໄດ້​ບໍ່​ເກີນ 2 ຄົນ​ເທົ່າ​ນັ້ນ ​ແລະ ບໍ່​ອະນຸຍາດ​ໃຫ້​ນັກ​ກິລາ​ຕ່າງ​ດ້າວ​ ທີ່​ມາ​ທ່ຽວລາວ ​ລົງ​ຮ່ວມ​ຫຼີ້ນ​ໃຫ້​ແກ່​ສະ​ໂມ​ສອນ​ຕ່າງໆ​ໄດ້ ພິ​ເສດ​ລະດູ​ການ​ນີ້ ສະຫະພັນ​ໄດ້​ເພີ່ມ​ເງິນ​ລາງວັນ​ຂຶ້ນ​ຫຼາ​ຍກ່ວາ​ຄັ້ງ​ຜ່ານ​ມາ ຊະນະ​ເລີດ​ ຈະ​ໄດ້​ຮັບ​ຂັນ 1 ໜ່ວຍ ​ເງິນສົດ 30 ລ້ານ​ກີບ ອັນ​ດັບ 2 ​ໄດ້​ຮັບ​ເງິນສົດ 20 ​ລ້ານ​ກີບ ອັນດັບ 3 ​ໄດ້​ຮັບ​ເງິນສົດ 10 ລ້ານ​ກີບ ສ່ວນ​ທີ​ມທີ່​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ​ທຸກ​ທິມຈະ​ໄດ້​ຮັບ​ເງິນ​ບໍາລຸງ​ທິມ 10 ລ້ານກີບ ສ່ວນ​ຊະນະ​ເລີດ​ລະດັບ ຂ ​ໄດ້​ຮັບ​ຂັນ​​ເງິນ 1 ໜ່ວຍ ພ້ອມ​​​ເງິນສົດ 10 ລ້ານ​ກີບ ອັນ​ດັບ 2 ​ໄດ້​ຮັບ​ເງິນສົດ 8 ລ້ານ​ກີບ ອັບ​ດັບ 3 ​ໄດ້ຮັບ​ເງິນສົດ 6 ລ້ານ​ກີບ.

​ໂອກາດ​ນີ້ ທ່ານ ພູ​ວັນ ວົງ​ສຸ​ດທິ ​ໃຫ້​ສໍາພາດວ່າ ນັບ​ແຕ່​ການ​ແຂ່ງ​ຂັນ​ໃນ​ຊີ​ເກ​ມ ຄັ້ງ​ທີ 25 ຜ່ານ​ມາ ​ເຫັນ​ວ່າ​ວົງ​ການ​​ເຕະບານ​ລາວ ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ສັງຄົມຫຼາຍ​ຂຶ້ນ ຍ້ອນ​ວ່າ​ນັກກີລາ​ ມີ​ການພັ​ດທະ​ນາ​ຫຼາຍ​ຂຶ້ນ​ ອີກລະດັບ​ໜຶ່ງ ສໍາລັບ​ການ​ແຂ່ງຂັນ​ປະຈໍາປີ ລາວ​ລີກ 1 ​ແລະ ລາວ​ລີ​ກ 2 ກໍ​ເປັນ​ອີກວີ​ທີ​ໜຶ່ງ​ ທີ່​ເປັນ​ການ​ພັດທະນາ​ ນັກກີລາ​ບານ​ເຕະ​ລາວ ​​ໃຫ້​ມີ​ຄວາມ​ສາມາດ​ດີ​ຂຶ້ນ ທັງ​ນີ້​ກໍ​ຍ້ອນ​ວ່າ ​ເມື່ອ​ນັກ​ກິລາ​ໄດ້​ເຄື່ອນ​ໄຫວ​ແຂ່ງຂັນ ​ຢ່າ​ງຕໍ​ເນື່ອງ ມັນ​ຈະ​ຊຸກຍູ້​ໃຫ້​ນັກກີລາ ​ມີ​ການ​ພັດທະນາ​ຄວາມ​ສາມາດ​ຂອງ​ຕົນ ​ໃຫ້​ດີ​ຂຶ້ນ​ກ່ວາ​ເກົ່າ ພ້ອມ​ນີ້​ ກໍ​ຂໍ​ຮຽກຮ້ອງ​ມາ​ຍັງ ​ສະ​ໂມສອນ​ກີລາ​ຕ່າງໆ​ ຈົ່ງນັບຖື​ກົດລະບຽບ​ ທີ່​ທາງ​ສະຫະພັນ​ວາງ​ອອກ ​ຕະຫຼອດ​ການ​ແຂ່ງຂັນ.​

​ໃນ​ກອງ​ປະຊຸມ ​ຍັງ​ໄດ້​ແຈ້ງກົດ​ລະບຽບ​ຂອງ​ການ​ແຂ່ງຂັນ ​ເປັນ​ຕົ້ນ​ແມ່ນ​ ບັນດາ​ສະ​ໂມ​ສອນ ​ມີ​ສິດ​ສົ່ງ​ລາຍ​ຊື່​ນັກ​ກິລາ​ຂອງ​ຕົນ ​ຄັ້ງ​ທໍາອິດ ​ໄດ້​ຈໍານວນ 25 ຄົນ ກ່ອນ​ການ​ແຂ່ງຂັນ 45 ວັນ ​ແລ້ວ​ໃຫ້​ແຈ້ງລາຍ​ຊື່​ສຸດ​ທ້າຍ ​ຈໍານວນ 20 ຄົນ​ ກ່ອນ​ການ​ແຂ່ງຂັນ 15 ວັນ ​ແລະ ກົດ​ລະບຽບອື່ນໆ​ຕື່ມ​ອີກ ​ໃນ​ເບື້ອງຕົ້ນ າມ​ການ​ຕົກລົງ​ແມ່ນ​ຈະ​ມີ​ທີ​ມມາ​ຮ່ວມ​ແຂ່ງຂັນ​ລາວ​ລີກ 1 ຈໍານວນ 1​0 ທິມແຕ່​ສະ​ໂມ​ສອນກົມ​ພາສີ ​ແລະ ມູນ​​ເດີ​ໄນ ຂໍ​ຖອນ​ຈຶ່ງ​ເຫຼື​ອ 8 ທີ​ມ ປະກອບ​ມີ ກະຊວງ​ປ້ອງ​ກັນ​ປະ​ເທດ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງນະຄອນຫຼວງ ກະ​ຊວງ​ປ້ອງກັນຄວາມ​ສະຫງົບ ສະ​ໂມ​ສອນ​ເອສຕຣາ ສະໂມ​ສອນ​ທະນາຄານ ສະ​ໂມ​ສອນ​ວິທະຍາ​ໄລລາ​ວ-ອາ​ເມ​ລິ​ກາ ​ແລະ ສະ​ໂມ​ສອນ​ຫາຍ​ໂສກ​ກອບ​ປີ້​ເຊັນ​ເຕີ.



__________________
Anonymous

Date:
Permalink   

THIS IS GOOD BUT FOREIGN LEAGUES ARE MUCH MORE BETTER THAN LAO LEAGUE LOL!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard